ພິທີຮັບສະມາຊິກເຍົາວະຊົນ-ອະນຸຊົນທັນວາ ຄັ້ງວັນທີ 17 ຕຸລາ 2020
- Details
- Category: ຂ່າວສານ
- Written by Noumai
- Hits: 62
ໃນຕອນເຊົ້າເວລາ 8:30 ນາທີຂອງວັນທີ 17 ຕຸລາ 2020 ທີ່ສະໂມສອນ ວຄປ ໄດ້ຈັດພິທີຮັບສະມາຊິກເຍົາວະຊົນ-ອະນຸຊົນທັນວາ ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໄດ້ແກ່ ສະຫາຍ ສົມໄຊ ເທບສົມບັດ ເລຂາຄະນະພັກຮາກຖານວິທະຍາໄລຄູປາກເຊ, ສະຫາຍ ໃຈສະຫວັນ ຈັນວັນຄຳ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງຈຳປາສັກ. ຈາກນັ້ນ, ຍັງມີພະນັກງານຈາກ ຊປປລ, ຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນປະຖົມ ແລະ ມັດທະຍົມສາທິດເຂົ້າຮ່ວມ.