ຂ່າວກິລາ
- Details
- Category: ຂ່າວສານ
- Written by Noumai
- Hits: 102

ການສຶກສາຄຽງຄູ່ກັບ 3 ລັກສະນະ 5 ຫຼັກມູນຂອງການສຶກສາ. ເປັນລະດູການແຂ່ງຂັນກິລາ ທີມນັກກິລາກະຕ້ໍຫວາຍຂອງໂຮງຮຽນປະຖົມສາທິດ ວິທະຍາໄລຄູປາກເຊ ນຳພາໂດຍ ທ່ານ ສຳລານ ທະວີທົງ ແລະ ທ່ານ ສຸກສະຫວັດ ທະວີສຸກ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນກິລາກະຕໍ້ຫວາຍ
ກອງປະຊຸມກຽມຄວາມພ້ອມປະກັນຄຸນນະພາບພາຍໃນວິທະຍາໄລຄູປາກເຊ
- Details
- Category: ຂ່າວສານ
- Written by Noumai
- Hits: 79
ເພື່ອເປັນຂໍ້ມູນ ແລະ ຫຼັກຖານໃນການສ້າງຄວາມເຂັ້ມຮອບດ້ານຂອງວິທະຍາໄລຄູປາກເຊ. ໃນຕອນບ່າຍຂອງວັນທີ 26 ຕຸລາ 2020 ທີ່ຫ້ອງປະຊຸມວິທະຍາໄລຄູປາກເຊ ຄະນະຮັບຜິດຊອບວຽກງານປະກັນຄຸນນະພາບພາຍໃນໄດ້ເຕົ້າລວມເພື່ອປຶກສາຫາລື ແລະ ກະກຽມເອກະສານຕ່າງໆຕາມໜ້າທີ່ຮັບຜິດຊອບທີ່ຖືກມອບໝາຍ ເພື່ອນຳມາເປັນຫຼັກຖານໃນການປະກັນຄຸນນະພາບພາຍໃນວິທະຍາໄລຄູປາກເຊ.
ກອງປະຊຸມຝຶກອົບຮົມເລື່ອງລະເບີດບໍ່ທັນແຕກໃນ ສປປ ລາວ ໃຫ້ແກ່ຄູສອນສາຍຮຽນຄູອະນຸບານ-ປະຖົມ
- Details
- Category: ຂ່າວສານ
- Written by Noumai
- Hits: 50

ເພື່ອເປັນຂ້ໍມູນຂ່າວສານ ແລະ ຄວາມຮູ້ໃຫ້ແກ່ຄູສອນ ໃນວັນທີ 27 ຕຸລາ 2020 ທີ່ສະໂມສອນວິທະຍາໄລຄູ ໄດ້ຈັດກອງປະຊຸມຝຶກອົບຮົມເລື່ອງລະເບີດບໍ່ທັນແຕກໃນ ສສປ ລາວ ໃຫ້ແກ່ຄູສອນສາຍຮຽນຄູອະນຸບານ-ປະຖົມ. ໂດຍການເປັນປະທານຂອງທ່ານ ພອນ ພູວັນໂນ ຜູ້ອຳນວຍການວິທະຍາໄລຄູປາກເຊ, ມີທ່ານ ນາງ ວຽງເພັດ ພົມມະຫາໄຊ ຫົວໜ້າຫ້ອງການຄູອະນຸບານ-ປະຖົມ, ທ່ານ ສຸກຂະສະຫວາດ ວົງຫາຈັກ ຫົວໜ້າຫ້ອງການສົ່ງເສີມວິຊາການ ແລະ ທ່ານ ນາງ ປະກາຍເພັດ ເມກຈອນ ວ່າການຫົວໜ້າຫ້ອງການພັດທະນາຄູ ພ້ອມນັ້ນ, ຍັງມີຄູອາຈານຈາກສາຍຮຽນຄູອະນຸບານ-ປະຖົມ ຈຳນວນ 22 ທ່ານເຂົ້າຮ່ວມ.
ພິທີເປີດສົກຮຽນໃໝ່ ສາຍຄູອະນຸບານ-ປະຖົມ ສົກຮຽນ 2020-2021.
- Details
- Category: ຂ່າວສານ
- Written by Noumai
- Hits: 75

ໃນຄັ້ງວັນທີ 26 ຕຸລາ 2020 ຫ້ອງການສາຍຮຽນຄູອະນຸບານ-ປະຖົມ ໄດ້ຈັດພິທີເປີດສົກຮຽນໃໝ່ 2020-2021 ທີ່ສະໂມສອນວິທະຍາໄລຄູປາກເຊ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານໃນຄັ້ງນີ້ແມ່ນ ທ່ານ ສົມໄຊ ເທບສົມບັດ ຮອງຜູ້ອຳນວຍການວິທະຍາໄລຄູປາກເຊ, ທ່ານ ນາງ ວຽງເພັດ ພົມມະຫາໄຊ ຫົວໜ້າຫ້ອງການຄູອະນຸບານ-ປະຖົມ. ຈາກນັ້ນ, ກໍມີທ່ານຫົວໜ້າຫ້ອງການ ແລະ ຕາງໜ້າຈາກ 10 ຫ້ອງການ ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາຈາກສາຍຮຽນຄູອະນຸບານ-ປະຖົມເຂົ້າຮ່ວມ.