ແຜນງານການພັດທະນາພາວະຄວາມເປັນຜູ້ນໍາແກ່ແມ່ຍິງ ແລະ ຜົນກະທົບຂອງ COVID - 19 ທີ່ແຂວງຈໍາປາສັກ.
- Details
- Category: ຂ່າວສານ
- Written by Noumai
- Hits: 68


ໃນຕອນເຊົ້າເວລາ 9:00 ນາທີ ຂອງວັນທີ 9 ພະຈິກ 2020 ແຜນງານການພັດທະນາພາວະຄວາມເປັນຜູ້ນໍາແກ່ແມ່ຍິງ ໄດ້ມາທັດສະສຶກສາ ເພື່ອສຶກສາຄົ້ນຄວ້າຈາກພາກປະຕິບັດຕົວຈິງ ກ່ຽວກັບ ຜົນກະທົບຂອງ COVID - 19 ທີ່ ວິທະຍາໄລຄູປາກເຊ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ພອນ ພູວັນໂນ ຜູ້ອຳນວຍການວິທະຍາໄລຄູປາກເຊ, ທ່ານ ນາງ ສຸດສະດາ ວົງບັນດິດ ຮອງຜູ້ອຳນວຍການ ພ້ອມນັ້ນ, ຍັງມີຄູ-ອາຈານທີ່ເປັນສະຫະພັນແມ່ຍິງວິທະຍາໄລຄູປາກເຊເຂົ້າຮ່ວມໃຫ້ການຕ້ອນຮັບ.
ສ້າງຂະບວນການເຄື່ອນໄຫວອອກແຮງງານເພື່ອຂຳນັບ ແລະ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ອົງຄະນະພັກແຂວງ ຈຳປາສັກ ຄັ້ງທີ VIII.
- Details
- Category: ຂ່າວສານ
- Written by Noumai
- Hits: 72


ໃນຕອນເຊົ້າເລີ່ມແຕ່ ເວລາ 6:30 ຂອງວັນທີ 7 (ວັນເສົາ) ພະຈິກ 2020 ຄູ-ອາຈານພ້ອມດ້ວຍນັກສຶກສາວິທະຍາໄລຄູປາກເຊ ໄດ້ຈັດຂະບວນການເຄື່ອນໄຫວອອກແຮງງານໃນຂອບເຂດວິທະຍາໄລຄູປາກເຊ ເພື່ອຂຳນັບ ແລະ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ອົງຄະນະພັກແຂວງ ຈຳປາສັກ ຄັ້ງທີ VIII ທີ່ຫາກໍສຳເລັດໄປໃນທ້າຍເດືອນຕຸລາ 2020 ນີ້
ກອງປະຊຸມສະຫຼຸບຂະບວນການແຂ່ງຂັນ 3 ດີ ສະຫະພັນແມ່ຍິງຮາກຖານວິທະຍາໄລຄູປາກເຊ ຄັ້ງວັນທີ 6 ພະຈິກ 2020.
- Details
- Category: ຂ່າວສານ
- Written by Noumai
- Hits: 58


ໃນຕອນບ່າຍ ເວລາ 14:00 ນາທີ ຂອງວັນທີ 6 ພະຈິກ 2020 ທີ່ສະໂມສອນວິທະຍາໄລຄູປາກເຊ ໄດ້ຈັດກອງປະຊຸມສະຫຼຸບຂະບວນການແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງຮາກຖານວິທະຍາໄລຄູປາກເຊ. ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ນາງ ສຸກສົມພອນ ພົນອາສາ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ທັງເປັນຮອງປະທານສະຫະພັນແມ່ຍິງແຂວງຈຳປາສັກ, ທ່ານ ສົມໄຊ ເທບສົມບັດ ຮອງຜູ້ອຳນວຍການວິທະຍາໄລຄູປາກເຊ, ທ່ານ ນາງ ມະນີວັນ ຄຸດທະວົງ ປະທານສະຫະພັນແມ່ຍິງຮາກຖານວິທະຍາໄລຄູປາກເຊ.
ການຝຶກອົບຮົມນຳໃຊ້ຫຼັກສູດປະຖົມສຶກສາສະບັບໃໝ່ ປ.1 ແລະ ປ.2 ໃຫ້ແກ່ນັກສຶກສາຄູປະຖົມປີສຸດທ້າຍ ລະບົບ 12+4
- Details
- Category: ຂ່າວສານ
- Written by Noumai
- Hits: 70
ເພື່ອສ້າງຂີດຄວາມສາມາດໃຫ້ແກ່ນັກສຶກສາຄູສາຍປະຖົມປີສຸດທ້າຍ ລະບົບ 12+4 ໃນການນຳໃຊ້ຫຼັກສູດໃໝ່ ປ1 ແລະ ປ2. ຫ້ອງການຄູປະຖົມໄດ້ຈັດຝຶກອົບຮົມການນຳໃຊ້ຫຼັກສູດໃໝ່ໃຫ້ແກ່ນັກສຶກສາຄູກ່ອນການລົງຝຶກຫັດວິຊາຊີບຄູຢູ່ທ້ອງຖິ່ນ ເພື່ອເປັນການເສີມທັກສະທາງດ້ານຄວາມຮູ້, ຄວາມສາມາດ ແລະ ປະສົບການໃຫ້ແກ່ນັກສຶກສາ.