ກອງປະຊຸມປະຈຳປີ ສົກຮຽນ 2023-2024 ຂອງວິທະຍາໄລຄູປາກເຊ ແມ່ນໄດ້ເປີດຂຶ້ນແລະດຳເນີນໃນລະຫວ່າງວັນທີ 05-07 ກັນຍາ 2023 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ປອ. ສົມໄຊ ເທບສົມບັດ ຜູ້ອຳນວຍການວິທະຍາໄລຄູປາກເຊ ພ້ອມດ້ວຍທ່ານຄະນະອຳນວຍການ 3 ທ່ານ ພ້ອມດ້ວຍບັນນດາທ່ານຫົວໜ້າຫ້ອງການ ພາກວິຊາ ຄູອາຈານ ແລະ ພະນັກງານທັງໝົດເຂົ້າຮ່ວມ ໂດຍກອງປະຊຸມຈະໄດ້ດຳເນີນເປັນເວລາສາມວັນ ຄູອາຈານຈະໄດ້ຮັບຟັງບົດສະຫຼຸບປະຈຳສົກຮຽນ 2022-2023 ມະຕິກອງ09/ລບ ມະຕິກອງປະຊຸມຜູ້ບໍລິຫານການສຶກສາ ດຳລັດລັດຖະກອນຄູແລະ ເຊື່ອມຊຶມມະຕິຕ່າງ ໆ ພ້ອມທັງຖອດຖອນບົດຮຽນໃນສົກປີຜ່ານມາ ແລະ ແຜນການເຄື່ອນໄຫວຂອງພະແນກ ພາກວິຊາ ໃນຕໍ່ໜ້າ























