ກອງປະຊຸມຄົ້ນຄວ້າ ແລະ ປະເມີນຕຳແໜ່ງວິຊາການຄູໃນວິທະຍາໄລຄູປາກເຊ ປະຈຳປີ 2023 ຄັ້ງວັນທີ 13-14 ກໍລະກົດ 2023

———————————————————————–

ກອງປະຊຸມຄົ້ນຄວ້າແລະ ປະເມີນຕຳແໜ່ງວິຊາການຄູໃນວິທະຍາໄລຄູປາກເຊ ປະຈຳປີ 2023 ໄດ້ໄຂຂຶ້ນ ໃນວັນທີ 13 ກໍລະກົດ 2023, ເວລາ 8:10 ໂມງ, ທີ່ຫ້ອງປະຊຸມ ສະໂມສອນ ວິທະຍາໄລຄູປາກເຊ ໂດຍການເປັນປະທານຂອງທ່ານ ຮອງສາດສະດາຈານ ນາງ ວົງເດືອນ ໂອໃສ ຮອງຫົວໜ້າກົມສ້າງຄູ ແລະ ທ່ານ ປອ. ສົມໄຊ ເທບສົມບັດ ຜູ້ອຳນວຍການວິທະຍາໄລຄູປາກເຊ ໃຫ້ກຽດ ເປັນຄະນະປະທານ, ນອກນັ້ນຍັງມີຄະນະທ່ານຄະນະອຳນວຍການ, ຫົວໜ້າພະແນກ, ຫົວໜ້າພາກວິຊາ ແລະ ຄະນະຮັບຜິດຊອບພາຍໃນພະແນກຄົ້ນຄວ້າວິທະຍາສາດ ແລະ ພັດທະນາວິຊາຊີບຄູ ເຂົ້າຮ່ວມ ທັງໝົດ 37 ທ່ານ, ຍິງ 15 ທ່ານ.

ກອງປະຊຸມໄດ້ດຳເນີນການປະເມີນຜູ້ຂໍ ແລະ ປະເມີນຄືນຕຳແໜ່ງວິຊາການ ໂດຍແບ່ງອອກເປັນ 2 ຈຸ ຄື: ຈຸປະເມີນຄືນ 6 ທ່ານ ທີ່ສະໂມສອນ ແລະ ຈຸຜູ້ທີ່ຂໍໃໝ່ 12 ທ່ານ

ຜູ້ທີ່ຖືກປະເມີນຄືນ 05 ທ່ານ

ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ແລະສາມາດອະນຸມັດບັນດາຫົວຂໍ້ຜົນງານວິຊາການຄູສຳເລັດ ຕາມຄາດໝາຍທີ່ໄດ້ກຳນົດໄວ້, ແລະໄດ້ປິດລົງໃນເວລາ 11:00 ໂມງ ຂອງວັນທີ 14 ກໍລະກົດ 2023.

Leave a Comment

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

Scroll to Top