ພິທີປະກາດ ວິທະຍາໄລຄູປາກເຊ ປອດຢາເສບຕິດ ປະຈຳສົດຮຽນ 2021-2022

………………………………………………………………………………………………………..
ວັນທີ 4 ພຶດສະພາ 2023 ທີ່ຜ່ານມາ ທີ່ສະໂມສອນຂອງວິທະຍາໄລຄູປາກເຊ ໄດ້ມີພິທີປະກາດ ວິທະຍາໄລຄູປາກເຊ ປອດຢາເສບຕິດ ປະຈຳສົດຮຽນ 2021-2022
ໂດຍການ ໃຫ້ກຽດເປັນປະທານ ຂອງທ່ານ ວິລະວັນ ບຸນສຸກໄທ ຄະນະພັກກະຊວງ ຫົວໜ້າກົມກິລາມວນຊົນ ພາລະ ແລະ ສິລະປະສຶກສາ ທ່ານ ສຸພີ ເພັດດາວົງ ຮອງຫົວໜ້າກົມສ້າງຄູ ທ່ານ ປອ. ສົມໄຊ ເທບສົມບັດ ຜູ້ອຳນວຍການວິທະຍາໄລຄູປາກເຊ ພ້ອມຄະນະ ທ່ານ ພັອ. ບຸນສົງ ຈັນທະວົງສັກ ຄະນະປະຈຳພັກ ຮອງຫົວໜ້າ ກອງບັນຊາການ ປກສ ແຂວງ ຈຳປາສັກ ທ່ານ ພັທ. ໜູການ ສາຍປັນຍາ ຫົວໜ້າ ປກສ ກຸ່ມບ້ານໂຊກອຳນວຍ ກໍໄດ້ໃຫ້ກຽດເຂົ້້າຮ່ວມ ພ້ອມດ້ວຍທ່ານ ຫົວໜ້າພາກວິຊາ ພະແນກ ຄູ-ອາຈານ ແລະ ນັກສຶກສາທັງໝົດເຂົ້າ
ໃນພິທີ ໄດ້ມີການຜ່ານບົດລາຍງານການຈັດຕັ້ງປະຕິບັດກິດຈະກຳ ການເຄື່ອນໄຫວຕ່າງໆ ຂອງວິທະຍາໄລຄູປາກເຊ ຕາມທິດນຳເພື່ອ ໃຫ້ວິທະຍາໄລຄູປາກເຊປອດຢາເສບຕິດ ຜ່ານ ກິດຈະກຳ ການໂຄສະນາ ການເຜີຍແຜ່ໄພອັນຕະລາຍຂອງຢາເສບຕິດ ການຈັດກິດຈະກຳກິລາ-ສິລະປະຕ່າງ ໆ ໃຫ້ນັກສຶກສາ ເພື່ອບໍ່ໃຫ້ພົວພັນຢາເສບຕິດ
ຕໍ່່ມາພິທີໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 1092/ສສກ ແລະ ມອບໃບຢັ້ງຢືນ ວິທະຍາໄລຄູປອດຢາເສບຕິດ ພ້ອມທັງຜ່ານເນື້ອໃນຂໍ້ແຂງຂັນ ແລະ ຈັບມືແຂ່ງຂັນຈາກພະແນກ ພາກວິຊາ
ໃນຕອນທ້າຍ ທ່ານປະທານໄດ້ມີີຄຳເຫັນ ແລະ ກ່າວເນັ້ນ ຕໍ່ກັບວຽກງານຢາເສບຕິດຂອງວິທະຍາໄລຄູປາກເຊ ດັ່ງນີ້

  1. ສືບຕໍ່ເພີ່ມທະວີການນຳພາ ຊີ້ນຳ ຕໍ່ນັກສຶກສາໃນການແກ້ໄຂຢາເສບຕິດ
  2. ຈັດຕັ້ງເຜີຍແຜ່ນິຕິກຳຕ່າງ ໆ ກ່ຽວກັບການສະກັດກັ້ນຢາເສບຕິດ
  3. ເອົາໃຈໃສ່ສ້າງຂະບວນການຕ້ານຢາເສບຕິດ
  4. ຖືເອົາການຕ້ານແລະສະກັດກັ້ນຢາເສບຕິດເປັນອັນສະເພາະແລະຕໍ່ເນື່ອງ
  5. ເອົາໃຈໃສ່ວຽກງານຈຸດສຸມຂອງ ວຄປ ຕາມວາລະແຫ່ງຊາດຂອງພັກ-ລັດຖະບານ

Leave a Comment

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

Scroll to Top