ກອງປະຊຸມມອບຮັບໜ້າທີ່ລະຫວ່າງຄະນະສະຫະພັນແມ່ຮາກຖານຍິງຊຸດເກົ່າ (ສະໄໝທີ VII) ແລະ ຄະນະສະຫະພັນແມ່ຍິງຍິງຮາກຖານຊຸດໃໝ່ (ສະໄໝທີ VIII)

ກອງປະຊຸມມອບຮັບໜ້າທີ່ລະຫວ່າງຄະນະສະຫະພັນແມ່ຮາກຖານຍິງຊຸດເກົ່າ (ສະໄໝທີ VII) ແລະ ຄະນະສະຫະພັນແມ່ຍິງຍິງຮາກຖານຊຸດໃໝ່ (ສະໄໝທີ VIII), ຄັ້ງວັນທີ 27 ເມສາ 2023 ໂດຍການເປັນປະທານຂອງສະຫາຍ ປອ. ສົມໄຊ ເທບສົມບັດ ເລຂາຄະນະພັກຮາກຖານ, ຜູ້ອໍານວຍການວິທະຍາໄລຄູປາກເຊ, ສະຫາຍ ນາງ ມະນີວັນ ຄຸດທະວົງ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ທັງເປັນປະທານຊຸດເກົ່າ, ສະຫາຍ ນາງ ປະກາຍເພັດ ເມກຈອນ ປະທານສະຫະພັນແມ່ຍິງຮາກຖານຊຸດໃໝ່ ແລະ ບັນດາສະຫາຍໃນຄະນະຮາກຖານຊຸດເກົ່າ ແລະ ໃໝ່ຈໍານວນ

8 ສະຫາຍ, ປະທານໜ່ວຍ ແລະ ຄະນະໜ່ວຍທັງ 5 ໜ່ວຍ ຈໍານວນ 9 ສະຫາຍ ເຂົ້້າຮ່ວມ. ລວມທັງໝົດ 18 ສະຫາຍ.

– ຈຸດປະສົງຂອງກອງປະຊຸມ ມີ 2 ຈຸດປະສົງຄື:

1. ການມອບຮັບໜ້າທີ່ລະຫວ່າງຄະນະຮາກຖານຊຸດເກົ່າ(ສະໄໝທີ VII) ແລະ ຄະນະຮາກຖານຊຸດໃໝ່(ສະໄໝທີ VIII).

2. ຮັບຟັງການໂອ້ລົມ ແລະ ແນະນໍາທິດທາງໃນການປະຕິບັດໜ້າທີ່ວຽກງານຂອງຄະນະສະຫະພັນຍິງຊຸດໃໝ່ຈາກສະຫາຍ ເລຂາຄະນະພັກຮາກຖານ, ຜູ້ອໍານວຍການວິທະຍາໄລຄູປາກເຊ.

ພາຍຫຼັງການມອບຮັບໜ້າທີ່ລະຫວ່າງຄະນະສະຫະພັນແມ່ຍິງຮາກຖານຊຸດເກົ່າ(ສະໄໝທີ VII) ແລະ ຄະນະສະພັນແມ່ຍິງຮາກຖານຮາກຖານຊຸດໃໝ່(ສະໄໝທີ VIII) ສະມາຊິກກອງປະຊຸມໄດ້ຮັບຟັງການໂອ້ລົມ ແລະ ແນະນໍາທິດທາງໃນການປະຕິບັດໜ້າທີ່ວຽກງານຂອງຄະນະສະຫະພັນຍິງຊຸດໃໝ່ຈາກສະຫາຍ ປອ. ສົມໄຊ ເທບສົມບັດ ເລຂາຄະນະພັກຮາກຖານ, ຜູ້ອໍານວຍການວິທະຍາໄລຄູປາກເຊ. ເຊິ່ງໃນນັ້ນ ທ່ານໄດ້ຊີ້ໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍຕໍ່ອົງການຈັດຕັ້ງແມ່ຍິງວິທະຍາໄລຄູປາກເຊ ແລະ ເນັ້ນໜັກຫຼາຍບັນຫາເປັນຕົ້ນແມ່ນ:

1. ການເຕົ້້າລວມຄວາມສາມັກຄີພາຍໃນຮາກຖານ ແລະ ໜ່ວຍສະຫະພັນແມ່ຍິງວິທະຍາໄລຄູປາກເຊ ໂດຍໃຫ້ມີການສໍາຫຼວດກວດ, ສົ່ງຂ່າວກໍ່ສ້າງເຊິ່ງກັນແລະກັນຢ່າງເປັນປົກກະຕິ.

2. ແບບແຜນວິທີເຮັດວຽກໂດຍອີງໃສ່ການເຮັດວຽກແບບລວມສູນປະຊາທິປະໄຕ, ບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ.

3. ການຄຸ້ມຄອງວັດສະດຸອຸປະກອນ ແລະ ການບໍລິຫານຈັດການທາງດ້ານການເງິນຂອງສະຫະພັນແມ່ຍິງ ແລະການເກັບມ້ຽນບັນດາເອກະສານທີ່ສໍາຄັນໃຫ້ເປັນລະບົບ.

4. ການຮັກສາສະພາບແວດລ້ອມຕາມເຂດຮັບຜິດຊອບພາຍໃນສະຖາບັນໃຫ້ມີຄວາມສະອາດຈົບງາມຢູ່ສະເໝີ.

5. ສືບຕໍ່ຜັນຂະຫຍາຍວຽກງານປົກປ້ອງສິດແມ່ຍິງ ແລະ ເດັກນ້ອຍ, ສິດສະເໝີພາບລະຫວ່າງຍິງ-ຊາຍ.

+5

ดูข้อมูลเชิงลึก

โปรโมทโพสต์

ความรู้สึกทั้งหมด

30Soudsada Vongbandith, Phongsawat PS และ คนอื่นๆ อีก 28 คน

Leave a Comment

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

Scroll to Top