ພາລະແລະໜ້າທີ່

ວີທະຍາໄລຄູປາກເຊ (ຂຽນຫຍໍ້ວ່າ ວຄປ)

 

ທີ່ຕັ້ງ

 

ວິທະຍາໄລຄູປາກເຊຕັ້ງຢູ່ແຄມຖະໜົນເລກທີ 13 ໃຕ້ ເຊິ່ງຫ່າງຈາກເທສະບານເມືອງປາກເຊທາງທິດຕາເວັນ ອອກສ່ຽງໃຕ້ 3 ກມ. ມີເນື້ອທີ່ 16 ເຮັກຕາ, ທິດເໜືອຕິດກັບບ້ານສ້າງທ່ຽງ, ທິດໄຕ້ຕິດກັບເສັ້ນທາງເລກທີ 13 ບ້ານສະໜາມໄຊ, ທິດຕາເວັນອອກຕິດກັບບ້ານໂຊກອຳນວຍ, ທິດຕາເວັນຕົກຕິດກັບບ້ານໂນນດູ່.

 

ພາລະບົດບາດ

 

ວິທະຍາໄລຄູປາກເຊ ເປັນສະຖານການສຶກສາວິຊາຄູ ພາຍໃຕ້ການຊີ້ນຳຂອງກົມສ້າງຄູ ກະຊວງສຶກສາທິການແລະກິລາ; ມີພາລະບົດບາດກໍ່ສ້າງ ແລະ ບຳລຸງຄູອະນຸບານ, ຄູປະຖົມ, ຄູມັດທະຍົມ ໃນລະດັບຊັ້ນກາງ, ຊັ້ນສູງ ແລະ ປະລິນຍາຕີ ໃຫ້ມີຄຸນສົມບັດ,ຄວາມຮູ້ ແລະຄວາມສາມາດ ເພື່ອສ້າງຄູໃຫ້ກາຍເປັນຄູມືອາຊີບ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນແຕ່ລະໄລຍະໃນ ການພັດທະນາເສດຖະກິດສັງຄົມຂອງຊາດ.

 

ຂອບເຂດບໍລິການ

 

ອີງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ວິທະຍາໄລຄູປາກເຊຮັບຜິດຊອບການກໍ່ສ້າງ ແລະ ບໍາລຸງຄູໃນ 2 ແຂວງຄື: ແຂວງຈຳປາສັກ ແລະ ແຂວງອັດຕະປື.ນອກຈາກນັ້ນຍັງຮັບການກໍ່ສ້າງໃນສາຂາວິຊາຕ່າງໆ ຕາມການມອບໝາຍຂອງກົມສ້າງຄູ ກະຊວງສຶກສາ ແລະ ກິລາ ແລະ ຮັບນັກສຶກສາ, ພະນັກງານບຳລຸງໃນຂອບເຂດທົ່ວປະເທດອີກດ້ວຍ.

 

ສິດ

 

1.ຈັ້ດຕັ້ງສອບເສັງ ແລະ ການຄັດເລືອກເອົານັກຮຽນເຂົ້າຮຽນຕາມລະບຽບການທີ່ຂັ້ນເທີງວາງອອກ.

 

2.ອອກປະກາສະນິຍະບັດຄູ ແລະອອກໃບຢັ້ງຢືນວິຊາຊີບຄູໃຫ້ ນັກສຶກສາຄູ ທີ່ຮຽນຈົບຫຼັກສູດຕາມທີ່ກໍານົດ.

 

  1. ສະເໜີການບັນຈຸ,ຊັບຊ້ອນ,ແຕ່ງຕັ້ງ,ປະຕິບັດນະໂຍບາຍ,ຄູ້ມຄອງ,ຍ້ອງຍໍ, ຫຼື ປະຕິບັດປະບຽບວິໄນລັດຖະກອນຕາມພາລະບົດບາດຂອງຕົນ.

 

  1. ບັນຈຸ,ຊັບຊ້ອນ,ແຕ່ງຕັ້ງ,ປະຕິບັດນະໂຍບາຍ,ຄູ້ມຄອງ,ຍ້ອງຍໍ, ຫຼື ປະຕິບັດປະບຽບວິໄນ ນັກຮຽນ ແລະ ນັກສຶກສາຂອງວິທະຍາໄລຄູ.

 

5.ຄູ້ມຄອງ ແລະ ນຳໃຊ້ລາຍຮັບ-ຈ່າຍຕາມລະບຽບຫຼັກການຂອງກະຊວງການເງີນວາງອອກ;

 

  1. ອອກລະບຽບຄູ້ມຄອງພາຍໃນວິທະຍາໄລຄູເພີ່ມເຕີມ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ບົນພື້ນຖານລະບຽບກົດໝາຍຂອງລັດ.

 

7.ປົກປ້ອງຜົນປະໂຫຍດສ່ວນລວມ ແລະ ລິຂະສິດຂອງວິທະຍາໄລຄູ.        

 

8.ພົວພັນສົມທົບກັບອຳນາດການປົກຄອງທ້ອງຖີ່ນຂັ້ນຕ່າງໆທີ່ກ່ຽວຂ້ອງ ແລະ ບັນດາສະຖາບັນການສຶກສາຢູ່ພາຍໃນປະເທດ ເພື່ອຮ່ວມກັນເຄື່ອນໄຫວດ້ານວຽກງານດ້ານຕ່າງໆ ທີ່ເຫັນວ່າເໝາະສົມ ແລະ ສອດຄ່ອງຕາມລະບຽບຫຼັກການ. ໃນກໍລະນີ ທີ່ມີການພົວພັນຮ່ວມມືກັບສະຖາບັນການສຶກສາຢູ່ຕ່າງປະເທດ ຫຼື ອົງການຈັກຕັ້ງສາກົນໃດໜຶ່ງຕ້ອງໄດ້ສະເໜີ ແລະ ໄດ້ອະນຸມັດ ຈາກກະຊວງສຶກສາທິການຫຼືອົງການຈັດຕັ້ງຕ່າງໆ.

 

9.ປະຕິບັດສິດອື່ນໆ ທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

 

 ສີ່ງທີ່ອຳນວຍຄວາມສະດວກ

 

–  ສູນຝືກອົບຮົມແລະຜູ້ບໍລິຫານ

–  ມີທີ່ພັກ,ຫ້ອງນອນແລະບໍລິການອື່ນໆ

– ຫ້ອງສມຸດ

– ຫ້ອງຄອມພິວເຕີ ແລະ ອີນເຕີເນັດ

– ຫ້ອງທົດລອງວິທະຍາສາດ(ເຄມີສາດ,ຊີວະສາດ,ຟີຊີກສາດແລະຫ້ອງສືການສອນ)

– ເຮືອນພັກຄູ-ອາຈານ

– ຫໍພັກນັກສຶກສາ(ຍີງ-ຊາຍ)

– ເດີນກິລາ

– ກາລາລົດຄູອາຈານ ແລະ ນັກສຶກສາ

Leave a Comment

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

Scroll to Top