ໃນວັນທີ 12 ມັງກອນ 2023 ທີ່ຜ່ານມາ ວິທະຍາໄລຄູປາກເຊໄດ້ລົງນາມບັນທຶກຄວາມຄວາມຮ່ວມມື (MOU) ກັບມະຫາວິທະຍາໄລ ລາຊະພັດສີສະເກດ ຈາກລາຊາອານາຈັກໄທ (Sisaket Rajabhat University) ໂດຍເປັນການສານຕໍ່ຄວາມຮ່ວມມື ທີ່ເຄີຍມີມາກ່ອນໃຫ້ດີຂຶ້ນກວ່າເກົ່າໂດຍທັງສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມື ທາງດ້ານວິຊາການ ການພັດທະນາບຸກຄະລາກອນ ການແລກປ່ຽນຄວາມຮູ້ ດ້ານວິໄຈ ແລະ ດ້ານອື່ນ ໆ ລວມທັງສິລະປະວັດທະນະທຳອີກດ້ວຍ