ກອງປະຊຸມສະຫຼຸບ ຕີລາຄາຂະບວນການຮັກຊາດ-ພັດທະນາ ແລະ ທິດທາງແຜນການຮອດປີ 2025 ແລະ ພິທີປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍໃຫ້ແກ່ຄູອາຈານວິທະຍາໄລຄູປາກເຊ

ວັນທີ 30 ທັນວາ 2022 ທີ່ຜ່ານມາ ວິທະຍາໄລຄູປາກເຊໄດ້ຈັດກອງປະຊຸມສະຫຼຸບ ຕີລາຄາຂະບວນການຮັກຊາດ-ພັດທະນາ ແລະ ທິດທາງແຜນການຮອດປີ 2025 ແລະ ພິທີປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍໃຫ້ແກ່ຄູອາຈານວິທະຍາໄລຄູປາກເຊ

………………………………………………………………………………………….

ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມໂດຍທ່ານ ປອ. ສຸປະນີ ສິລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າໂຄສະນາອົບຮົມແຂວງຈຳປາສັກ ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການແລະກິລາ ທ່ານ ປອ. ສົມໄຊ ເທບສົມບັດ ຜູ້ອຳນວຍການວິທະຍາໄລຄູປາກເຊ ທ່ານ ພູວົງ ອະໄພ ຮອງຫົວໜ້າພະແນກສຶກສາທິການແລະກິລາແຂວງຈຳປາສັກ ທ່ານ ແສງອາທິດ ຂັນດາລາ ຮອງຫົວໜ້າພະແນກ ພາຍໃນ ແຂວງຈຳປາສັກ ທ່ານ ອະດີດການນຳ ພະນັກງານບຳນານ ຄະນະອຳນວຍການ ພ້ອມດ້ວຍບັນດາທ່ານຄູອາຈານແລະນັກສຶກສາວິທະຍາໄລຄູປາກເຊເຂົ້າຮ່ວມ

ກອງປະຊຸມໄດ້ມີກາ່ນສະເໜີບົດສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດແລະພັດທະນາ ແລະ ທິດທາງແຜນການຮອດປີ 2025 ປະກາດຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ພ້ອມດ້ວຍຕ່າງໜ້າພະແນກແລະພາກວິຊາຂຶ້ນຈັບມືແຂ່ງຂັນ

ກອງປະຊຸມຍັງໄດ້ຜ່ານບົດລາຍການຍ້ອງຍໍຜົນງານ 5 ປີ (2016-2020) ພ້ອມດ້ວຍຜ່ານລັດຖະດຳລັດຂອງປະທານປະເທດ ລັດຖະດຳລັດຂອງນາຍົກລັດຖະມົນຕີ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ພ້ອມດ້ວຍການປະດັບຫຼຽນໄຊ ໃບຍ້ອງຍໍຂັ້ນລັດຖະບານ ແລະ ຂັ້ນແຂວງ

ພ້ອມນັ້ນກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງຕຳແໜ່ງວິຊາການຄູແລະຂຶ້ນຮັບຕຳແໜ່ງວິຊາການຂອງຄູອາຈານ

Leave a Comment

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

Scroll to Top