ມາດຖານການຄັດເລືອກຜູ້ເຂົ້າຮຽນ

            ວິທະຍາໄລຄູປາກເຊໄດ້ຄັດເລືອກນັກຮຽນເຂົ້າຮຽນຄູຕາມ ມາດຖານການຄັດເລືອກນັກຮຽນຄູຄັດຈາກຄຳສັ່ງແນະນຳຂອງລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ແຈ້ງການຂອງກົມສ້າງຄູກະຊວງສຶກສາທິການ ແລະ ກິລາ ຕາມມາດຕະຖານດັ່ງນີ້:

ກ. ດ້ານຄຸນສົມບັດ :

  1. ມີຫຼັກໝັ້ນການເມືອງແນວຄິດຊົນຊັ້ນຈະແຈ້ງດີ
  2. ມີຄວາມສຸພາບຮຽບຮ້ອຍ ມີມະນຸດສຳພັນດີ
  3. ມີຄວາມອົດທົນດຸໝັ່ນ ສຶກສາຄົ້ນຄ້າຮໍ່າຮຽນ ແລະ ອອກແຮງງານດີ
  4. ປະຕິບັດຕາມກົດໝາຍ,ລະບຽບການ, ມະຕິຄຳສົ່ງຂອງພັກລັດ ແລະ ໂຮງຮຽນວາງອອກ
  5. ມີຄວາມສະຫງວນມັກອາຊີບຄູ
  6. ບໍ່ຖືກຕັດອິດສະຫຼະພາບ ໃນຄະດີໃດໜຶ່ງມາກ່ອນ

ຂ. ດ້ານຄວາມຮູ້ພື້ນຖານ

  1. ຮຽນຈົບມັດທະຍົມຕອນຕົ້ນ, ຕອນປາຍ ຫຼື ທຽບເທົ່າມີປະກາສະນີຍະບັດຂອງຕົນເອງຖືກຕ້ອງຕາມລະບຽບການ ແລະ ມີຄະແນນສອບເສັງຈົບຊັ້ນສະເລ່ຍ ໃນລະດັບດີ.
  2. ຖ້າເປັນພະນັກງານຕ້ອງຮຽນຈົບສາຍສ້າງຄູໃນລະບົບໃດໜຶ່ງ, ມີໃບປະກາສະນີຍະບັດ ແລະໄດ້ຜ່ານການສິດສອນມາແລ້ວ 3 ປີຂຶ້ນໄປ
  3. ມີພອນສະຫວັນດ້ານໃດໜຶ່ງຍິ່ງດີ ເຊັ່ນ: ກິລາ, ສິລະປະ ວັນນະຄະດີ…
  4. ມີຄວາມຮູ້ພື້ນຖານດ້ານ ICT  ແລະ ພາສາຕ່າງປະເທດໃດໜຶ່ງຍິ່ງເປັນການດີ

ຄ. ດ້ານສຸຂະພາບ

  1. ມີສຸຂະພາບແຂງແຮງ 
  2. ມີສະຕິສຳປະຊັນຍະດີ
  3. ບໍ່ມີພະຍາດຕິດແປດ
Scroll to Top