ພິທີຮັບຟັງປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ (5.4.1961 - 5.4.2021).
- Details
- Category: ຂ່າວສານ
- Written by Noumai
- Hits: 33
#ໃນຕອນບ່າຍຂອງວັນທີ 31 ມີນາ 2021 ທີ່ສະໂມສອນວິທະຍາໄລຄູປາກເຊໄດ້ຈັດ ພິທີຮັບຟັງປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ (5.4.1961 - 5.4.2021).
#ໂດຍການເປັນປະທານຂອງທ່ານ ທ່ານ ພັນເອກ ຖາວອນ ບຸນກອງພິມ ຄະນະປະຈຳພັກແຂວງ ຫົວຫນ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງຈຳປາສັກ. ເຊິ່ງເຂົ້າຮ່ວມໂດຍທ່ານ ພອນ ພູວັນໂນ ຜູ້ອຳນວຍການວິທະຍາໄລຄູປາກເຊ, ທ່ານ ສົມໄຊ ເທບສົມບັດ ຮອງຜູ້ອຳນວຍການ ພ້ອມດ້ວຍຫົວໜ້າຫ້ອງການ, ພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມທັງໝົດ ຈຳນວນ 271 ຄົນ, ຍິງ 138 ຄົນ.